ຄວາມຟິດ
ດີຂຶ້ນອີກຂັ້ນ ດ້ວຍຕົວຊີ້ວັດ
ບໍ່ວ່າທ່ານຈະຊ້ອມເພື່ອໄປມາຣາທອນ ຫຼື ລອຍນໍ້າໃນສະ, SmartWatch Series 11 ກໍມີວິທີອອກກຳລັງກາຍໃຫ້ທ່ານເລືອກຢ່າງບໍ່ມີສິ້ນສຸດ. ແລະ ຍັງໃຊ້ຕົວຊີ້ວັດທີ່ເປັນປະໂຫຍດເພື່ອວັດແທກທຸກການເຄື່ອນໄຫວ, ທ່ານຈະໄດ້ຮູ້ວ່າຄວນອອກແຮງເພີ່ມຂຶ້ນຫຼາຍປານໃດ ແລະ ຝຶກຊ້ອມແນວໃດຈຶ່ງຈະໄດ້ຮັບຜົນດີທີ່ສຸດ. ເຖິງເວລາອອກໄປລຸຍແລ້ວ, ເພາະຈຸດສະຕາດແມ່ນຢູ່ທີ່ຂໍ້ມືຂອງທ່ານ.
ແອັບອອກກຳລັງກາຍທີ່ປັບປຸງໃໝ່. ເລເອົາ (Layout) ທີ່ໄດ້ຮັບການປັບປຸງ ເຮັດໃຫ້ປຸ່ມໃໝ່ຢູ່ທັງ 4 ແຈ ມີຄວາມໂດດເດັ່ນຂຶ້ນ, ຊ່ວຍໃຫ້ທ່ານເຂົ້າເຖິງຄຸນສົມບັດທີ່ໃຊ້ເປັນປະຈຳໄດ້ໄວຂຶ້ນ ເຊັ່ນ: ຕົວຄວບຄຸມຄວາມໄວ (Pace), ເສັ້ນທາງການແຂ່ງຂັນ ແລະ ການອອກກຳລັງກາຍແບບກຳນົດເອງ.